ລວບລວມເຄັດລັບ, ຄວາມຮູ້ ແລະສາລະບັນເທີງອີກຫຼາຍຢ່າງ
28 Feb
ເປີດ cmd ຂື້ນມາແລ້ວພິມ code ລຸ່ມນີ້:
reg delete hkcu software\microsoft\windows\currentversion\policies\system
ມັນຈະຖາມໃຫ້ກົດ y ເພື່ອຢືນຢັນແລ້ວກົດ enter
11 Jan
ມື້ນີ້ເຮົາຈະມາສອນການເຮັດສາຍຮຸ້ງໃຫ້ກັບຮູບ
1. ກຽມຮູບຕາມໃຈມາ
2. File > new > ຂະໜາດ 500 X 500 pixel
3. ໃຊ້ Rectangular Marquee Tool ເພື່ອສ້າງ selection
ສ້າງ Layer ຂື້ນມາແລ້ວເທສີ Gradient ລົງໄປໂດຍກຳນົດໃຫ້ Gradient ເປັນສາຍຮຸ້ງ

4. ເອົາມາໄລ່ສີໃສ່ບ່ອນທີ່ເລືອກໄວ້
5.Filter -> Distort -> Polar Coordinates ແລ້ວກົດ ctrl + t ເພື່ອປັບໃຫ້ໄດ້ຂະໜາດຕາມໃຈ
ຸ5. ເອົາສາຍຮຸ້ງທີ່ໄດ້ມາໄປໃສ່ຮູບທີ່ກຽມໄວ້ແລ້ວ
6. Layer -> Add Layer Mask -> Reveal All ແລ້ວໄຊ້ Gradaint ໄລ່ສີຂາວດຳໃສ່ບ່ອນທີ່ຕ້ອງການລືບ
7. Filter -> Blur -> Gaussian Blur ໃສ່ຄ່າເປັນ 8 ເພື່ອໃຫ້ສາຍຮຸ້ງກົມກືນກັບສີ
21 Oct
1. ພີມ regedit ໃສ່ run > OK
2.ເຂົ້າໄປທີ່ HKEY_LOCAL_MACHINE > SYSTEM > CurrentControlSet > Control > SessionManager > Memory Management
3. ໃນທາງເບື້ອງຂວາສັງເກດເບິ່ງ “DisablePagingExecutive”=dword:00000000
“LargeSystemCache”=dword:00000000
4. ປ່ຽນຕົວທາງທ້າຍໃຫ້ເປັນ 1
“DisablePagingExecutive”=dword:00000001
“LargeSystemCache”=dword:00000001
12 Jun
1. ມັນຈະແຊກຊ້ອນເຂົ້າຫາໄຟສ໌ທີ່ເປັນນາມສະກຸນ *exe
2. ບໍ່ສາມາດເຂົ້າ safe mode, regedit , taskmanager ໄດ້
3. ເມື່ອເວລາເປີດໂປແກຼມຕ່າງໆ ຫຼື ເຂົ້າ windows ຈະສະແດງວ່າໄດ້ run ໄວຣັດສ໌ໂຕນີ້ຂື້ນມາແລ້ວ
4. ມັນສາມາດແຜ່ລະບາດທາງລະບົບເຄື່ອຄ່າຍໄດ້
5. ນາມສະກຸນຂອງໂຕໄວຣັດສ໌ມັນແທ້ແມ່ນ .exe .cmd ແລະ .pif
6. ມັນຈະສ້າງ autorun.inf ແລ້ວແຝງໄປນຳ flash drive ຕ່າງໆ ເມື່ອເຮົາເອົາໄປສຽບໃສ່ເຄື່ອງໜ່ວຍອື່ນມັນກໍ່ຈະຕິດໃສ່ເຄື່ອງໜ່ວຍນັ້ນ
7. ຫຼັງຈາກຕິດແລ້ວໂປແກຼມຕ່າງໆທີ່ເຮົາເຄີຍສະສົມມາເປັນເວລາດົນກໍ່ຈະຖືກມັນທຳລາຍໂດຍສະ
ເພາະແມ່ນໄຟສ໌ setup ຫຼື install ກໍ່ຈະຖືກທຳລາຍ
8. ນອກນີ້ Antivirus ທີ່ຢູ່ໃນເຄື່ອງເຮົາທີ່ຂາດການອັບເດດກໍ່ຈະໃຊ້ການບໍ່ໄດ້ເລີຍ
9. ມັນຈະປິດການເຮັດວຽກຂອງ firewall…..
ວິທີແກ້ໄຂເບື້ອງຕົ້ນຖ້າບໍ່ເຖິງຂັ້ນຮ້າຍແຮງປານໃດ
1. ດາວໂຫຼດເອົາ registry key ສຳລັບການເຂົ້າ safe mode ໄດ້ທີ່ນີ້
2. ດາວໂຫຼດເອົາໂປຼແກຼມ sality_off ໄດ້ທີ່ນີ້
ຫຼື ໂປແກຼມ Win32-Sality-Remover ໄດ້ທີ່ນີ້
2. ເຂົ້າ msconfig ໄປປິດໂຕທີ່ເຮົາສົງໄສວ່າບໍ່ແມ່ນຊື່ຂອງໂປຼແກຼມ ຫຼື windows ຂອງເຮົາຢູ່ startup ແລະ service
3.ປິດການຕິດຕໍ່ທາງດ້ານ internet
4. Extract file safemode.rar ແລ້ວ double click ໃສ່ file ແຕ່ລະໂຕ
5. run program sality_off ຫຼື Win32-Sality-Remover
5.restart ເຂົ້າ safe mode ເຂົ້າ regedit ແລ້ວໄປຈັດການສ່ວນທີ່ເຫຼືອ
7. restart ອີກຄັ້ງ
ນີ້ເປັນພຽງທິບເລັກໆນ້ອຍໆ ທີ່ເອົາມາຝາກສຳລັບໄວຣັດສ໌ ຊະນິດນີ້ເຊິ່ງປະຈຸບັນມັນໄດ້ກາຍເປັນ
ໄວຣັດສ໌ທີ່ຮ້າຍແຮງທີ່ສຸດຖ້າຫາກຕິດໄວຣັດສ໌ຊະນິດນີ້ເຖິງຂັ້ນຮ້າຍແຮງແມ່ນຈະບໍ່ສາມາດຂ້າໄດ້ເທື່ອ
ທາງທີ່ດີກໍ່ຄືຕ້ອງທຳໃຈກັບການລົງ windows ໃໝ່
6 May

ສຳລັບຜູ້ທີ່ສົນໃຈຈະເລືອກຊື້ກ້ອງ ມື້ນີ້ມີເຄັດລັບນ້ອຍໆມາຝາກ
1. ກ່ອນອື່ນໝົດຕ້ອງກຳນົດເງິນຂອງເຮົາກ່ອນວ່າມີງົບສ່ຳໃດ ທັງນີ້ກໍ່ເພື່ອຄວາມເໝາະສົມຂອງຈຳ
ນວນເງິນຂອງເຮົາ
2. ຄວນຄິດເບິ່ງວ່າ ປົກກະຕິເຮົາມັກຖ່າຍພາບແບບໃດເຊັ່ນ: ພາບທຳມະຊາດ, ຄອບຄົວ… ຫຼື
ເຮົາເປັນ ຄົນມັກອອກເດີນທາງຫຼືມັກຖ່າຍພາບນັກກິລາ ກໍ່ຄວນເລືອກຊື້ກ້ອງທີ່ມີ ຄຸນສົມບັດ
ສາມາດຖ່າຍພາບທີ່ມີຄວາມໄວສູງໃດ້
3. ພິຈາລະນາປະສົບການຖ່າຍພາບຫາກບໍ່ທັນມີປະສົບການໃນການຖ່າຍຮູບຄວນເລືອກກ້ອງ
ທີ່ໃຊ້ແບບງ່າຍໆ
4. ພິຈາລະນາວ່າຮູບທີ່ອອກມາແມ່ນເປັນຮູບແບບໃດຖ້າຕ້ອງການພິມເປັນຮູບຂະໜາດໃຫ່ຍ
ຕອ້ງເລືອກຂະໜາດພິກເຊວຫຼາຍຂື້ນ
5. ຫາກຕ້ອງການຖ່າຍຮູບທີ່ຢູ່ໄກ ຕ້ອງເລືອກຂະໜາດກ້ອງທີ່ຖ່າຍຮູບຢ່າງໜ້ອຍຕ້ອງຊູມໃດ້ 4
ເທົ່າຂື້ນໃປ
6. ສິ່ງທີ່ກ່າວມາຂ້າງເທິງນັ້ນເປັນພຽງບາງສ່ວນທີ່ຊ່ວຍໃຫ້ເຈົ້າຕັດສິນໃຈ ແຕ່ສິ່ງສຳຄັນທີ່ສຸດຕ້ອງ
ຖາມຕົວເອງກ່ອນວ່າມີງົບປະມານເທົ່າໃດຖ້າມີງົບສູງເທົ່າໃດຍິ່ງໃດ້ກ້ອງທີ່ມີຄຸນນະພາບສູງ
7. ເມື່ອໃດ້ກ້ອງທີ່ເໝາະສົມແລ້ວກໍ່ຄວນຖາມລາຄາແຕ່ລະຮ້ານວ່າຮ້ານໃດຈະມີລາຄາທີ່ສົມເຫດ
ສົມຜົນ
8. ລອງກ້ອງໃຫ້ດີໆ ແລ້ວກວດເຊັກເບິ່ງອຸປະກອນທີ່ມານຳມັນວ່າຄົບຖ້ວນຖືກຕ້ອງບໍ່ ຈາກນັ້ນຂໍ
ໃບຮັບປະກັນຈາກຮ້ານ…

16 Jul
ກ່ອນອື່ນໝົດເຮົາມາຮູ້ຈັກຄຳສັ່ງຕ່າງໆກັນກ່ອນ
cout ເປັນຄຳສັ່ງທີ່ໄຊ້ໃນການສະແດງຂໍ້ຄວາມຕ່າງໆອອກທາງຈໍພາບ ຕ້ອງຕາມດ້ວຍ << ເຊັ່ນ: cout<<
cin ເປັນຄຳສັ່ງທີ່ໄຊ້ໃນການປ້ອນຄ່າຕ່າງໆອອກທາງຈໍພາບ ຕ້ອງຕາມດ້ວຍ >> ເຊັ່ນ: cin>>
clrscr() ເປັນຄຳສັ່ງລຶບຂໍ້ຄວາມເກົ່າອອກທາງໜ້າຈໍເວລາ Run
getch() ເປັນຄຳສັ່ງທີ່ເຮັດໃຫ້ມັນຈື້ງການສະແດງຜົນອອກເວລາ Run ເພື່ອເຮັດໃຫ້ເຫັນການສະແດງຜົນດົນໆ
main ເປັນ function ຫຼັກຂອງໂປຼແກຼມ
ຈາກນັ້ນກໍ່ລົງມືຂຽນກັນເລີຍ
ທຳອິດເປີດໂປຼແກຼມ C++ ຂື້ນມາຈາກນັ້ນກໍ່ລົງມືຂຽນໂດຍຂື້ນຕົ້ນດ້ວຍເປັນປະຈຳທຸກໆໂປຼແກຼມ
#include<iostraem.h> ພາກສ່ວນນີ້ແມ່ນພາກສ່ວນທີ່ເຮົາເອີ້ນໄຊ້ຂື້ນມາ ເພາະວ່າຄຳສັ່ງ cout,cin… ຕ່າງໆຈະຖືກເກັບໃນສ່ວນນີ້
#include<conio.h> ເປັນສ່ວນທີ່ໄປກັບຄຳສັ່ງ clrscr(),getch(),
ຕົວຢ່າງ: ໂປຼແກຼມແນະນຳຕົວເອງ
#include<iostream.h>
#include<conio.h>
char name;
void main()
{
cout<<”plaese enter your name:”<<endl;
cin>>name;
cout<<”your name :”<<name;
getch();
}
ນີ້ກໍ່ແມ່ນໂປຼແກຼມບວກເລກ
#include<iostream.h>
#include<conio.h>
int a,b,c;
void main(){
a=30;
b=50;
c=a+b;
cout<<”a+b=”<<c<<endl;
getch();
}
ຖ້າຕ້ອງການໃຫ້ມັນປ້ອນຄ່າໃສ່ກໍ່ແປງບ່ອນ
a=30;
b=50;
ແລ້ວໃຫ້ມັນເກັບຄ່າໂດຍການໃສ່
cout<<”please enter number A:”<<endl;
cin>>a;
cin>>b;
cout<<”please enter number B:”<<endl;
ຈາກນັ້ນກໍ່ຂຽນແບບເກົ່າ
4 Jul
ຫຼາຍໆທ່ານຄົງຈະມີບັນຫາໃນການຊັກເຄຶ່ອງໃນຍາມຝົນເປັນຕົ້ນແມ່ນຟ້າຝົນບໍ່ເປັນໃຈເຮັດໃຫ້ການຊັກ
ເຄື່ອງລຳບາກໂດຍສະເພາະແມ່ນເຄື່ອງບໍ່ແຫ້ງເຮັດໃຫ້ມີກິ່ເໝັນອັບ,
ຖ້າພົບພໍ້ບັນຫາຄືແນວນີ້ແມ່ນໃຫ້ລອງເອົາເຄັດລັບນີ້ລອງໄປໃຊ້ເບິ່ງຖ້າຫາກໄດ້ຜົນຢ່າລືມບອກແດ່ເດີ້:
ວິທີງ່າຍໆໂດຍການນຳເອົາເຄື່ອງຂອງທ່ານແຊ່ລົງນ້ຳອຸ່ນປະສົມກັບເກືອຈັກ 2-3ກຳ
(ຫຼືຕາມຄວາມເໝາະສົມ)ແຊ່ໄວ້ປະມານ 2-3 ຊົ່ວໂມງ ຫຼັງຈາກນັ້ນກໍ່ນຳເອົາໄປ
ຊັກຕາມປົກກະຕິ
ພຽງເທົ່ານີ້ບັນຫາດັ່ງກ່າວກໍ່ຈະໝົດໄປ.
3 Jul
ໃນການທີ່ຕອ້ງນັ່ງເຮັດວຽກກັບໜ້າຈໍຄອມພິວເຕີ້ດົນນານຫຼາຍທ່ານຄົງຈະພົບພໍ້ບັນຫາອາການເຈັບຕາ,ສະນັ້ນເຮົາມີວິທີມານຳສະເໜີວິທີ
ຜ່ອນຄາຍດວງຕາດັ່ງນີ້:
1.ຄວນພັກຜ່ອນສາຍຕາທຸກໆ 1-2 ຊົ່ວໂມງ.
2.ຫຼຸດຜ່ອນສະພາບແວດລ້ອມອອ້ມຂ້າງເຊັ່ນ:ມອດດອກໄຟ,ປິດຜ້າກັ້ງ…
3.ຄວນເລືອກຈໍພາບທີ່ມີລັງສີຕ່ຳ ວິທີພິສູດງ່າຍໆຄື: ເມື່ອເວລາມອດຄອມພິວເຕີ້ແລ້ວລອງເອົາມືເດ່ໃສ່,ຖ້າຮູ້ສຶກວ່າຂົນແຂນລຸກຫຼາຍສະ
ແດງວ່າມີການກະຈາຍລັງສີສູງ.
4.ຄວນດື່ມນ້ຳໃຫ້ຫຼາຍເພາະວ່າ ໃນຫ້ອງຄອມພິວເຕີ້ສ່ວນໃຫ່ຍຈະເປັນຫ້ອງແອ,ສະນັ້ນ ມັນຈະເຮັດໃຫ້ແກ້ວຕາແຫ້ງໄດ້ງ່າຍ.
5.ຄວນກິນອາຫານທີ່ມີສ່ວນປະກອບຈາກວິຕາມິນ A ໃຫ້ຫຼາຍເພາະວິຕາມີນດັ່ງກ່າວຈະຊ່ວຍບຳລຸງແສງຕາ.
6.ຄວນບຳລຸງໜ່ວຍຕາທຸກໆອາທິດ ໂດຍການເອົາແພຈຸບນ້ຳອຸ່ນແລ້ວມາປົກໜ່ວຍຕາ ຫຼື ເອົາຖັງຊາເກົ່າກໍ່ໄດ້.
7.ບໍ່ຄວນໃຊ້ຄອມພິວເຕີ້ດົນເກີນ 8 ຊົ່ວໂມງ.
8.ໝັ່ນທຳຄວມສະອາດໜ້າຈໍເປັນປະຈຳ.
9. ຜູ້ທີ່ໃຊ້ຄອນແທກສ໌ເຣນ ຄວນໝັ່ນຢອດນ້ຳຕາທຽມເປັນປະຈຳ.
10. ຜູ້ທິ່ມີອາຍຸສູງກ່ວາ 40 ປີຄວນໝັ່ນກວດສາຍຕາເປັນປະຈຳ.