ຜົນຮ້າຍໄວຣັດສ໌ sality ແລະ ການກຳຈັດຂັ້ນເລີ່ມຕົ້ນ
1. ມັນຈະແຊກຊ້ອນເຂົ້າຫາໄຟສ໌ທີ່ເປັນນາມສະກຸນ *exe
2. ບໍ່ສາມາດເຂົ້າ safe mode, regedit , taskmanager ໄດ້
3. ເມື່ອເວລາເປີດໂປແກຼມຕ່າງໆ ຫຼື ເຂົ້າ windows ຈະສະແດງວ່າໄດ້ run ໄວຣັດສ໌ໂຕນີ້ຂື້ນມາແລ້ວ
4. ມັນສາມາດແຜ່ລະບາດທາງລະບົບເຄື່ອຄ່າຍໄດ້
5. ນາມສະກຸນຂອງໂຕໄວຣັດສ໌ມັນແທ້ແມ່ນ .exe .cmd ແລະ .pif
6. ມັນຈະສ້າງ autorun.inf ແລ້ວແຝງໄປນຳ flash drive ຕ່າງໆ ເມື່ອເຮົາເອົາໄປສຽບໃສ່ເຄື່ອງໜ່ວຍອື່ນມັນກໍ່ຈະຕິດໃສ່ເຄື່ອງໜ່ວຍນັ້ນ
7. ຫຼັງຈາກຕິດແລ້ວໂປແກຼມຕ່າງໆທີ່ເຮົາເຄີຍສະສົມມາເປັນເວລາດົນກໍ່ຈະຖືກມັນທຳລາຍໂດຍສະ
ເພາະແມ່ນໄຟສ໌ setup ຫຼື install ກໍ່ຈະຖືກທຳລາຍ
8. ນອກນີ້ Antivirus ທີ່ຢູ່ໃນເຄື່ອງເຮົາທີ່ຂາດການອັບເດດກໍ່ຈະໃຊ້ການບໍ່ໄດ້ເລີຍ
9. ມັນຈະປິດການເຮັດວຽກຂອງ firewall…..
ວິທີແກ້ໄຂເບື້ອງຕົ້ນຖ້າບໍ່ເຖິງຂັ້ນຮ້າຍແຮງປານໃດ
1. ດາວໂຫຼດເອົາ registry key ສຳລັບການເຂົ້າ safe mode ໄດ້ທີ່ນີ້
2. ດາວໂຫຼດເອົາໂປຼແກຼມ sality_off ໄດ້ທີ່ນີ້
ຫຼື ໂປແກຼມ Win32-Sality-Remover ໄດ້ທີ່ນີ້
2. ເຂົ້າ msconfig ໄປປິດໂຕທີ່ເຮົາສົງໄສວ່າບໍ່ແມ່ນຊື່ຂອງໂປຼແກຼມ ຫຼື windows ຂອງເຮົາຢູ່ startup ແລະ service
3.ປິດການຕິດຕໍ່ທາງດ້ານ internet
4. Extract file safemode.rar ແລ້ວ double click ໃສ່ file ແຕ່ລະໂຕ
5. run program sality_off ຫຼື Win32-Sality-Remover
5.restart ເຂົ້າ safe mode ເຂົ້າ regedit ແລ້ວໄປຈັດການສ່ວນທີ່ເຫຼືອ
7. restart ອີກຄັ້ງ
ນີ້ເປັນພຽງທິບເລັກໆນ້ອຍໆ ທີ່ເອົາມາຝາກສຳລັບໄວຣັດສ໌ ຊະນິດນີ້ເຊິ່ງປະຈຸບັນມັນໄດ້ກາຍເປັນ
ໄວຣັດສ໌ທີ່ຮ້າຍແຮງທີ່ສຸດຖ້າຫາກຕິດໄວຣັດສ໌ຊະນິດນີ້ເຖິງຂັ້ນຮ້າຍແຮງແມ່ນຈະບໍ່ສາມາດຂ້າໄດ້ເທື່ອ
ທາງທີ່ດີກໍ່ຄືຕ້ອງທຳໃຈກັບການລົງ windows ໃໝ່
Comments(0)